ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບສາທາລະນະລັດສະຫະພາບມຽນມາ ຄົບຮອບ 79 ປີ


ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ
ເຂົ້າຮ່ວມງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບສາທາລະນະລັດສະຫະພາບມຽນມາ ຄົບຮອບ 79 ປີ

    ໃນຕອນຄໍ່າຂອງວັນທີ 27 ມີນາ 2024 ນີ້, ຢູ່ທີ່ໂຮງແຮມດອນຈັນພາເລດ ທີ່ປຶກສາທູດຝ່າຍ ປ້ອງກັນຊາດ ແຫ່ງສາທາລະນະລັດ ສະ
ຫະພາບມຽນມາ ປະຈໍາ ສປປ ລາວ ໄດ້ຈັດງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ສາທາລະນະລັດ ສະຫະພາບມຽນມາ ຄົບຮອບ 79
ປີ ( 27 ມີນາ 1945–27 ມີນາ 2024 ) ໂດຍການເຂົ້າຮ່ວມຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະ
ມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປລາວ, ມີບັນດາຫົວໜ້າກົມ, ຮອງກົມ, ບັນດາທີ່ປຶກສາທູດຝ່າຍປ້ອງກັນຊາດຕ່າງປະເທດ ປະຈໍາ ສປປ
ລາວ ເຂົ້າຮ່ວມ.

     ທ່ານ ພົນຈັດຕະວາ ຂີ່ນມ່ອງໂຊ ທີ່ປຶກສາທູດຝ່າຍປ້ອງກັນຊາດ ສາທາລະນະລັດ ສະຫະພາບມຽນມາ ປະຈຳ ສປປ ລາວ ໄດ້ຂຶ້ນກ່າວ
ສະແດງຄວາມຍິນດີຕ້ອນຮັບແຂກ ພ້ອມທັງໄດ້ລາຍງານສະພາບ ການເຄື່ອນໄຫວຕ່າງໆຂອງກອງທັບຕົນເອງນັບແຕ່ອາດີດຈົນເຖິງປັດຈຸບັນ ເຊິ່ງ
ກອງທັບສາທາລະນະ ລັດສະຫະພາບມຽນມາ ແມ່ນກອງກໍາລັງໜຶ່ງທີ່ມີບົດບາດທີ່ສໍາຄັນທາງດ້ານການເມືອງຂອງປະເທດ ໃນການປົກປັກຮັກ
ສາປະເທດຊາດ ເວົ້າລວມ ເວົ້າສະເພາະ, ແມ່ນຮັກສາໄດ້ມໍລະດົກວັດທະນະທໍາ ເສີມຂະຫຍາຍຮີດຄອງປະເພນີທີ່ເປັນມູນເຊື້ອໃນການຮັກສາ
ກຽດສັກສີ ແລະ ສິດຂອງປະເທດຊາດ, ເຊື້ອຊາດ ແລະ ສາດສະໜາ ກອງທັບຍັງຍຶດໝັ້ນນະໂຍບາຍແຫ່ງຊາດ 3 ຂໍ້ທີ່ວ່າ ການບໍ່ແຕກແຍກຂອງ
ສະຫະພາບ ບໍ່ແບ່ງແຍກຄວາມສາມັກຄີແຫ່ງຊາດ ແລະ ການສືບຕໍ່ອະທິປະໄຕຂອງຕົນຕໍ່ການປະຕິບັດວຽກງານພາກພື້ນ ແລະ ໃນທົ່ວໂລກ. ໃນ
ນີ້, ກອງທັບມຽນມາໄດ້ປະຕິບັດຖະແຫຼງການ 10 ຂໍ້ຂອງກອງປະຊຸມຢ່າງເຂັ້ມງວດ ພ້ອມທັງ ໄດ້ເອົາໃຈໃສ່ເຮັດໃຫ້ປະເທດຊາດມີຄວາມສະຫງົບ
ປອດໄພ ໂດຍສະເພາະແມ່ນການຮ່ວມມືພາຍໃນ ຊາດເພື່ອເຮັດໃຫ້ສັງຄົມດີຂຶ້ນ ດ້ວຍເຫດນັ້ນກອງທັບມຽນມາ ຈຶ່ງພະຍາຍາມສຸດຄວາມສາມາດ
ເພື່ອຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ-ສັງຄົມໂດຍມີເປົ້າໝາຍສູງສຸດຄື: ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ ກອງທັບໄດ້ເຮັດວຽກຢ່າງບໍ່
ຢຸດຢັ້ງດ້ວຍກຽດສັກສີ ແລະ ຄວາມຊື່ສັດທີ່ສຸດ ເພື່ອຮັບປະກັນຄວາມປອດໄພຂອງປະເທດຊາດ ພ້ອມທັງໃຫ້ບູລິມະສິດໃນການສະແຫວງຫາສັນ
ຕິພາບທີ່ໝັ້ນ ຄົງຂອງທົ່ວປວງຊົນທັງຊາດ ເພື່ອສ້າງສາປະເທດຊາດໃຫ້ມີສັນຕິພາບ ແລະ ວັດທະນາຖາວອນນັ້ນ ກອງທັບໄດ້ພົວພັນຮ່ວມມືກັບ
ສາກົນຢ່າງໝັ້ນຄົງ ກອງທັບໄດ້ມີມາດຕະການທີ່ດີເພື່ອຮັດແໜ້ນສາຍ ພົວພັນທາງການທູດກັບບັນດາກອງທັບບ້ານໃກ້ຄຽງ ແລະ ໃນພາກພື້ນກໍ່ຄື
ທົ່ວໂລກ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 01/04/2024